ຂ່າວເດັ່ນ
ກຳລັງໂຫຼດ..
Friday, June 28, 2013

Info Post




ການແຂ່ງຂັນຊີງແຊມຖ້ວຍຟີຟາຫລື ຟີຟາ ຄອນເຟີເດີເຣຊັນ ຄັບ 2013
ໃນຮອບຮອງຊະນະເລີດໃນຕອນເຊົ້າຂອງວັນສຸກທີ 27-6-2013 ສເປນສະເໝີອີຕາລີ0 :0 (7:6 ລູກຈຸດໂທດຕັດສີນ)

ສອງທີມຍັກໃຫ່ຽຂອງຢູໂຫລບກໍຄືຂອງໂລກເຈີກັນຫລາຍນັດໃນຊ່ວງຫລາຍປີຜ່ານມາເຊັ່ນໃນປີກາຍການແຂ່ງຂັນຊີງແຊມຢູໂຫລບເຊິ່ງສະເປນມີຜົນງານ ສະເໝີແລະຊະນະ.

ເປີດເກມສ ໃນເຄິ່ງເວລາທີ່ນື່ງ ອີຕາລີມີໂກອາດບຸກເຂົ້າໄກ້ປະຕູແລະສ້າງອັນຕະລາຍບໍ່ໜອ້ຍໃຫ້ກອງຫລັງຂອງສະເປນ. ກອງໜັາສະເປນກໍມີໂກກາດຍິງເຊັນກັນແຕ່ການສະກັດກັ້ນແລະຕັດບານຂອງກອງຫລັງອີຕາລີຖືວ່າປະສົບຜົນສຳເລັດ. ເບິ່ງຕາມຮູບເກມແລະສະຖິຕິການຍິງອີຕາລີເໜືອກວ່າສະເປນ ແຕ່ສິ່ງທີ່ຂາດກໍຄືການທຳປະຕູ.

ສອງຝ່າຍຕ່າງຍິງຕຳເສົາໂງ່ນຝ່າຍລະເທື່ອ,  ຜູ້ຮັກສາປະຕູສອງຝ່າຍຕ່າງໂສຜົນງານແລະສະແດງໃຫ້ເຫັນວ່າ ພວກເຂົາເປັນຜູ້ຮັກສາປະຕູລະດັບໂລກ.

ໝົດເວລາ120 ນາທີສອງຝ່າຍບໍ່ສາມາດຍິງປະຕູໄດ້, ໃນຊ່ວງຕໍ່ເວລາ
ສອງຝ່າຍຕ່າງອິດເມືອຍແລະແລ່ນບໍ່ອອກ,ສເປນອາໃສປະສົບການແລະຄວາມສາມາດສະເພາະຕົວຂອງຜູ້ຫລີນຄຸມບານແລະມີໂອກາດຫລາຍກວ່າໃນສາມສິບນາທີ,ແຕ່ກອງຫລັງອີຕາລີຍັງເຮັດໜ້າທີ່ໄດ້ດີ.

ສຳລັບການຍິງລູກໂທດແມ່ນອີຕາລີເປັນຜູ້ຍິງກອ່ນ ທັງຫົກຄົນທຳອິດສອງຝ່າຍແມ່ນຍິງເຂົ້າໝົດ, ອີຕາລີສົ່ງຄົນທີ່ເຈັດລົງຍິງຄືກອງຫລັງ ບູຊີນີ ແຕ່ເຂົາຍິງຂ້າມຄານຢ່າງສູງແລະເປັນໂອກາດດຂອງສະເປນຈະປິດເກມ.
ເຈຊູ ນາວາສ ສັງຫານເຂົ້າໄປ ໂດຍທີ່ບູຟອນ ຜູ້ຮັກສາປະຕູຂອງອີຕາລີບໍໄດ້ສ້າງປະຕິຫານໄດ້
ຈົບເກມ,ສເປນເຂົ້າໄປພົບບຣາຊີວໃນຮອບຊີງຊະນະເລີດ.


Del Bosque ຜູ້ຈັດການທິມແລະຄູເຝີກສເປນເວົ້າຫລັງຈາກເກມວ່າ:

"ອີຕາລີຫລີ້ນດີກວ່າໃນເຄິ່ງເວລາທຳອິດ; ສ່ວນສະເປນດີກວ່າໃນເວລາທີສອງ,ພວກເຮົາຫລີ້ນໄດ້ດີແລະມີໂອກາດຫລາຍກວ່າໃນຊ່ວງຕໍ່ເວລາ, ພວກເຮົາຊະນະໃນຈຸດໂທດຖືວ່າໂຊກເຂົ້າຂ້າງ,"

(ຜູ້ຫລີ້ນສະເປນຄວນຈະດີໃຈຄືກັບເດັກນອ້ຍທີ່ຈະໄປເຕະໃນນັດຊີງຊະນະເລີດຢູ່Maracana ພວກເຂົາຊະນະຫລາຍເກມສ,ແຕ່ພວກເຂົາຈະຮູ້ສືກຕື່ນເຕັ້ນໃຈທີ່ຈະໄປເຕະບອ່ນນັ້ນ)


ສວ່ນຜູ້ຈັດການທີມຂອງອີຕາລີ Cesare Prandelli ເວົ້າວ່າ:

(ພວກເຮົາຕອ້ງການແຂ່ງຂັນກັບສເປນໃນລະດັບເທັກນີກແລະຂອ້ຍຈະເຮັດແນວນີ້ຕໍ່ໄປ, ພວກເຮົາສາມາດຜ່ານເຂົ້າໄປໃນຮອບຕໍ່ໄປຖ້າຫລີ້ນແບບນີ້,ພວກເຮົາຂາດບາໂລເທລີກອງໜ້າທີ່ມີຄວາມສາມາດໃນການທຳປະຕູແລະໄດ້ປຽບທາງກຳລັງ,ແຕ່ຈາກຮູບເກມສແລ້ວ Gilardino ຫລີ້ນແທນໃນກອງໜ້າຄອ່ນຂ້າງດີ.

ສະເປນເໜືອກວ່າທີມເຮົາ,ແຕ່ ພວກເຮົາກຳລັງປັບປຸງດີຂື້ນ.)






0 comments:

Post a Comment