ຂ່າວເດັ່ນ
ກຳລັງໂຫຼດ..
Monday, June 24, 2013

Info Post



ໂຣມາລິໂອ ອາດີດນັກເຕະກອງໜ້າທີມຊາດບຣາຊີວໄດ້ຕຳນິຟີຟາໃນການທີຟີຟາໄດ້ຖະແຫລງຜົນກຳໄລທີ່ອາດຈະໄດ້ຮັບໃນງານມະຫາກຳບານໂລກ2014ເຖິງ1,67ຕື້ໂດລາສະຫະລັດໂດຍບໍມີແມ່ນຊ່ວຍບຣາຊີວລົງທືນກໍສ້າງໂຄງສ້າງພື້ນຖານຂອງປະເທດ.
ໃນຊ່ວງຫລາຍປີຜ່ານມາບຣາຊີວພົບບັນຫາຫລາຍໃນເສດຖະກິດ ແລະປັດຈຸບັນຫລາຍແສນຄົນໄດ້ເດີນຂະບວນປະທ້ວງໃນຂະນະທີ່ບຣາຊີວຈັດການແຂ່ງຂັນ Confederations Cup  ການປະທ້ວງຂອງຫລາຍແສນຄົນໃນຫລາຍຕົວເມືອງ ສາຍເຫດຍອ້ນບໍພໍໃຈຕໍ່ແຜ່ນການຂອງລັດຖະບານໃນການຂື້ນພາສີເພື່ອເອົາທືນໄປສະໜັບສະໜູນງານກິລາທີ່ໂດ່ງດັ່ງຂອງໂລກຄື ບານໂລກ2014ແລະການໂອແລມບິກ2016 ເຊີ່ງບຣາຊີວເປັນເຈົ້າພາບ.

ໂຣມາລິໂອຕຳນິປະທານຟີຟາ ທ່ານ  Sepp Blatte ວ່າເຂົາຄິດແຕ່ຜົນປະໂຫຍດທີ່ຟີຟາຈະໄດ້ຮັບໃນບານໂລກໂດຍບໍຄຳນືງການແກ້ໃຂບັນຫາເສດຖະກິດ ສັງຄົມໃນບຣາຊີວແລະບັນຫາເສດຖະກິດຂອງປະເທດ. ໂຣມາລິໂອຍັງເວົ້າອີກວ່າເປັນຫຍັງຕອ້ງຈັດງານທີ່ແພງທີ່ສຸດໃນໂລກແຕ່ຜົນກຳໄລບໍໄດ້ຕົກເປັນຂອງສັງຄົມ

1 comments: