ຂ່າວເດັ່ນ
ກຳລັງໂຫຼດ..
Sunday, June 30, 2013

Info Post







ປະທານຟີຟາ ທ່ານ ເສບ ບະເລດເຕີໄດ້ຍອ້ງຍໍບຣາຊີວໃນການຈັດຕັ້ງການແຂ່ງຂັນຄອນເຟີດີເຣຊັນ ຄັບ ທີ່ ພະຍາຍາມໃນການຈັດງານທີ່ມີຄຸນນະພາບແລະນັ້ນມັນຈະເປັນສິ່ງຮົບກວນຕໍ່ພວກປະທ້ວງໃຫ້ຫັນມາສະໜັບສະໜູນລັດຖະບານເພີ້ມຂື້ນ

ຫລາຍພັນຄົນໄດ້ເຂົ້າຮ່ວມໃນການເດີນຂະບວນປະທ້ວງໃນທົ່ວປະເທດບຣາຊີວ,ຕຳນິຄວາມຜິດຂອງລັດຖະບານຄືການສໍ້ລາດບັງຫຼວງແລະຮຽກຮອ້ງການປະຕິຮູບໃນຫລາຍລະດັບ

ໃນກອ່ນນັັດທີ່ບຣາຊິວຊະນະຢູຣູກວາຍໃນຮອບຮອງຊະນະເລີດຄືວັນພຸດນັ້ນ,

ໄດ້ມີຊາຍຜູ່ນື່ງເສຍຊິວິດໃນການປະທະກັນກັບເຈົ້າໜ້າທີ່ຕຳຫຼວດ

ອັນເຮັດໃຫ້ການປະທ້ວງຍິ່ງຮຸນແຮງຂື້ນ


ແຕ່ບເລດເຕເຊື້້ອວ່າ:ການແຂ່ງຂັນຊິງຖ້ວຍຄອນເຟເດີເຣຊັນຄັ້ງນີເປັນປັດໃຈສຳຄັນໃນການສ້າງການດຳເນີນງານບານໂລກຕໍ່ໄປ ແລະປະຕິເສດວ່າ ບຣາຊິວບໍ່ພອ້ມໃນບານໂລກປີໜ້າ.

ບະເລດເຕີບອກຕໍ່ນັກຂ່າວໃນບຣາຊິວ່າ: ໃນຖານະປະທານຟີຟາຂ້າພະເຈົ້າຕອ້ງເວົ້າວ່າ ຈາກທັດສະນະຂອງຕົນ ເມື່ອເວົ້າເຖິງເດີນກີລາຫລາຍເດີນແລະການແຂ່ງຂັນບານເຕະ ຂ້າພະເຈົ້າດີໃຈເປັນພິເສດສຳລັບສິ່ງທີ່ເກີດຂື້ນຢູ່ນີ້້
ພວກເຮົາສາມາດຫຼີ້ນໃນຫົກເດີນໃໝ່ທີ່ພິເສດແລະພວກເຮົາໄດ້ຮັບພຽງການຍອ້ງຍໍແລະເຫັນດີນຳຈາກແປດທີມທີ່ເຂົ້າຮ່ວມໃນຄອນເຟເດີເຣຊັນ
ຢູ່ໃນເດີນບານ, ມັນເປັນເດີນທີ່ດີທີ່ສຸດສຳລັບ Confederations Cupທີ່ພວກເຮົາເຄີຍຈັດມາ ,ການແຂ່ງຂັນໄດ້ດຶງດູດແມ້ແຕ່ທີມທີ່ອອນ່ດັ່ງຕົວແທນຂອງທະວີບໂອຊີອານີ ທາຮີຕິ.

ຕາມທຳມະຊາດ,ການແຂ່ງຂັນເຄີຍຫຼີ້ນມາໃນບອ່ນທີ່ຟູງຄົນແລະສັງຄົມວຸ້ນວາຍ,ແຕ່ຂ້າພະເຈົ້າຕອ້ງເວົ້າວ່າໃນທີ່ສຸດບານເຕະໄດ້ຫລີນຢ່າງສຳເລັດຜົນຢູ່ບຣາຊິວ

ມັນແມ່ນພາກສ່ວນນື່ງຂອງຄວາມຮູ້ສືກ;ຂ້າພະເຈົ້າສາມາດເວົ້າໄດ້ວ່າບານເຕະໄດ້ຕິດພັນກັບຄົນຢູ່ໃນສະໜາມ, ບາງເທື່່ອໂຊກບໍດີມັນຕິດພັນກັບຄົນຢູ່ໃນຫົນທາງ

ຂພຈ ສາມາດເຂົ້າໃຈສັງຄົມວຸ້ນວາຍເຊັ່ນນີຢ່າງແນ່ນອນ

ນອກຈາກນັ້ນ,ບານເຕະເທື່ອນີ້ໄດ້ນຳເອົາອາລົມແລະຄວາມຫວັງສູ່ສອງຮອ້ຍລ້ານຄົນໃນທຸກໆທະວີບ;

ບານເຕະກຳລັງໄປຄຽງຄູ່ກັບການແຂ່ງຂັນນີ້ກັບຂໍ້ຄວາມທີ່ຈະແຈ້ງ ແມ່ນ,

ມັນແມ່ນການແຂ່ງຂັນທີ່ດີຫລາຍແລະພວກເຮົາດີໃຈທີ່ຈະກັບມາໃນບານໂລກປີໜ້າພອ້ມກັບສາມສິບສອງທີມແລະຫົກສິບສີ່ນັດໃນຮອບສຸດທ້າຍຂອງບານໂລກ.

ຫລາຍຄົນຕິວ່າການຈັດງານບານໂລກທີ່ແພງມັນອາດສົ່ງຜົນຕໍ່ເສດຖະກິດຂອງບຣາຊິວ

,ບເລດເຕີຢັ້ງຢືນວ່າຟີຟາໄດ້ເອົາໃຈໃສ່ແລະຮັບປະກັນໃນທົວນາເມັນ ແຕ່ບໍໄດ້ຮັບໜ້າທີ່ໃນເສດຖະກິດ
ບເລດເຕີເວົ້າຕື່ມອີກ:ຈຸດປະສົງຂອງຟີຟາບໍ່ແມ່ນເອົາຜົນປະໂຫຍດຈາກເຈົ້າພາບແຕ່ແມ່ນເອົາຜົນປະໂຫຍດໃຫ້, ຜົນປະໂຫຍດທີ່ຈຳເປັນ ພອ້ມກັບຮັບປະກັນວ່າການຈັດບານໂລກແມ່ນຈະສຳເລັດຜົນຢ່າງງົດງາມ

ພວກເຮົາຕອ້ງສາມັກຄີກັນເພື່ອສຶບທອດບານໂລກ,ບໍ່ແມ່ນພຽງແຕ່ສະໜາມກິລາ ແຕ່ແມ່ນການສືບທອດສຳລັບສະພາບແວດລອ້ມແລະພາກສ່ວນຂອງສັງຄົມ ສຳລັບຟີຟາແມ່ນສຳຄັນຫລາຍສຳລັບຈັດງານບານໂລກທີ່ສຳເລັດ,ເພາະວ່າໃນຄວາມເປັນຈິງລາຍໄດ້ຂອງພວກເຮົາ 90-95 %ແມ່ນນຳໄປພັດທະນາກິລາບານເຕະໃນທົ່ວໂລກ

ໃນທ້າຍບານໂລກຢູ່ອາຝຣິກາໃຕ້ ກັບຜົນສຳເລັດຂອງການແຂ່ງຂັນ, ພວກເຮົາຍັງເຫຼືອທືນພິເສດ ຮອ້ຍລ້ານສະຫະລັດ ຂອ້ຍເຊື້ອ້ວ່າຈຳນວນເງີນດັງນັ້ນ ຈະສາມາດເປັນໄປໄດ້ຫລືສູງກວ່າໃນບຣາຊິວ

ພວກທ່ານເຫັນປະຕິກິລິຍາຂອງລັດຖະບານໃນການປຽ່ນບາງສິ່ງ ,ບາງສິ່ງອາດຈະປຽ່ນແລະນັ້ນບານໂລກປີໜ້າຈະມີຈຸດຢືນ; ມັນເປັນຄຳຖາມນື່ງຂອງຄວາມອົດທົນ ແຕ່ ກໍມີຄວາມເຊື້ອຖືແລະໄວ້ວາງໃຈໃນລັດຖະບານແລະ LOC

ຂັດແລະແປຈາກ:ESPN SOCCER

0 comments:

Post a Comment