ຂ່າວເດັ່ນ
ກຳລັງໂຫຼດ..
Thursday, June 27, 2013

Info Post





Tevezພອ້ມທີ່ຈະນຸ່ງເສື້ອເບີ ສິບ
Carlos Tevez ບໍ່ມີຄວາມກົດດັນໃດໆທີ່ຈະນຸ່ງເສື້ອນ້ຳເບີສິບ ນ້ຳເບີທີ່ຕຳນານDel Pieroເຄີຍນຸ່ງໃນຄາວທີ່ເຂົາຫລີ້ນຢູ່Juventus
ອາດີດກອງໜ້າຂອງManchester Cityໄດ້ຍ້າຍໄປເຕະໃຫ້ອີຕາລີແຊມປຽ້ນໃນວັນພຸດແລະເຂົາກາຍເປັນຜູ້ຫລີ້ນຄົນທຳອິດທີ່ນຸ່ງເສືອ້ເບີ10ນັບແຕ່Del Pieroໄດ້ຍ້າຍອອກຈາກສະໂມສອນໄປ
ເຂົາຄາດວ່າບໍ່ມີບັນຫາໃດໆທີ່ຈະຕາມຮອ້ຍຕີນຂອງຜູ້ຫລີ້ນທີ່ເປັນຕຳນານຂອງJuventus;ເຂົາເຄີຍປະສົບມາແລ້ວເລື້ອງແບບນີ້ໃນເວລາທີ່ເຂົາຫລີ້ນໃຫ້ Boca Juniorsແລະເຂົານຸ່ງເບີສິບທີ່ຕຳນານຢ່າງDiego Maradonaເຄີຍນຸ່ງ.
ເຂົາເວົ້າວ່າ: "ແນ່ນອນ ມັນແມ່ນຄວາມຄວາມຜິດຊອບ(ສຳລັບນຸ່ງເບີ ສິບ)"
ໂດຍສະເພາະໃນສະໂມສອນທີ່ສຳຄັນດັ່ງຢູເວນຕູດ, ຂອ້ຍເປັນກຽດຢ່າງຍິ່ງທີ່ຮັບສິ່ງຕົກທອດຈາກDel Piero
ຂອ້ຍເຄີຍນຸ່ງເສື້ອNo 10 ໃນBoca ເມື່ອຄັ້ງນື່ງເຄີຍເປັນຂອງMaradona.


          Tevez ຍິງປະຕູເຂົ້າ 78 ລູກ ໃນ 148 ຄັ້ງທີ່ລົງສະໜາມໃນ ສມສ ແມນ ຊີຕີ ,ແຕ່ເຂົາມີບັນຫາຕະຫລອດໃນEtihad Stadium ເລື້ອງຜິດຖຽງ ເຂົາຖືກສັ່ງຢຸດພັກຊົ່ວຄາວໂດຍສະໂມສອນໃນປີ2011,ຫລັງຈາກທີ່ປະຕິເສດເປັນຕົວສຳຮອງໃນUEFA Champions League ນັດພົບກັບBayern Munich
ຫລັງຈາກທຳຄວາມເຂົ້າໃຈກັບອາດີດຜູ້ຈັດການRoberto Mancini ,ເຂົາໃນທີ່ສຸດກໍຍອມກັບມາຫີ້ລນອີກແລະຊ່ວຍທີມຊະນະເລີດໃນPremier League 2012  ແນວໃດກໍຕາມ,ຕຳແນ່ງຂອງເຂົາບໍໄດ້ມີຄວາມສຳຄັນປານໃດກັບ ຜູ້ຈັດການຄົນໃໝ່Manuel Pellegrini Tevez ຖືກຄິດວ່າເປັນສວ່ນເກີນຂອງຄວາມຕອ້ງການ
Tevez ເວົ້າວ່າ ການໂຄຈອນຂອງຂອ້ຍໝົດໃນManchester City (ຂອ້ຍໄດ້ຮູ້ )
ຫລັງຈາກໄດ້ເວົ້າກັບຜູ້ຈັດການຄົນໃໝ່Pellegrini.

ເປັນຄວາມຝັນຂອງຂ້ອຍແຕ່ດົນທີ່ຈະມາຫລີ້ນໃນ ອີຕາລີແລະໃນທີ່ສຸດຂອ້ຍກໍເຮັດມັນຈົນໃດ້ Juventus ເຄີຍຕອ້ງການຂອ້ຍໃນປີ2011 ແລະປີໆຕໍ່ມາ ພວກເຂົາເປັນພຽງສະໂມສອນດຽວທີ່ຕອ້ງການຂອ້ຍທີ່ແທ້ຈິງ ດຽວນີ້,ຂອ້ຍຕອ້ງຮຽນແລະປັບຕົວເອງເຂົ້າກັບກົດລະບຽບພອ້ມທັງກຳມະການ.


0 comments:

Post a Comment