ຂ່າວເດັ່ນ
ກຳລັງໂຫຼດ..
Wednesday, July 24, 2013

Info Post


ອາຣສະນາໄດ້ພະຍາຍາມທີ່ຈະດຶງຕົວແລະເຊັນກັບ ລຸຍສ ຊົວເຣສ ດວ້ຍການສະເໜີລາຄາ 40,000,001 ປອນດ ແລະລີເວີພູໄດ້ປະຕິເສດໄປແລ້ວ.

ຕາມແຫຼ່ງຂ່າວບອກກັບ ESPNວ່າ ການສະເໜີລາຄາໃນຄັ້ງນີ້ແມ່ນດຳເນີນໄປໃນວັນຄານຫລັງຈາກທີ່ລີເວີພູໄດ້ປະຕິເສດການຄັ້ງທຳອິດໄປແລ້ວ ທີ່ອາສະນາສະເໜີລາຄາຊື້ຕົວ£30ລ້ານ

ມັນໄດ້ເຂົ້າໃຈວ່າອາສນາໄດ້ໃຫ້ລາຄາໃນການສະເໜີລາຄາລ້າສຸດນັ້ນເຊື້ອວ່າມັນຈະລັ່ນໄກແນວໃດແນວນື່ງກັບສັນຍາພິເສດທີ່ຊົວເຣນໄດ້ເຊັນລະດູຮອ້ນກອ່ນ.ສັນຍາພິເສດຄືຊົວເຣນເຊັນ40ລ້ານປອນ,ຖ້າສະໂມສອນໃດສະເໜີລາຄາເທົ່າຈຳນວນໃນສັນຍາຫລືຫລາຍກວ່າສາມາດເອົາຕົວຜູ້ຫລີ້ນນັ້ນໄດ້ ແຕ່ກໍຕອ້ງຖາມຜູ້ຫລີ້ນວ່າຍອມເຊັນຫລືບໍ.

ແຕ່ລີເວີພູໄດ້ນອ໊ກກັບສຳລັບລາຄາໃໝ່ທີ່ສະເໜີ,ສະໂມສອນເວົ້່ວ່າພວກເຂົາພຽງແຕ່ຕອ້ງການຂາຍຜູ້ຫລີ້ນນີ້ໃນລາຄາສູງກວ່ານີ້ ຖ້າບໍ່ດັ່ງນັ້ນຈະບໍ່ພິຈາລະນາ.
ພວກເຂົາໄດ້ເວົ້າຊັດເຈນແລ້ວວ່າສະໂມສອນ ບໍຕອ້ງການຂາຍຜູ້ຫລີ້ນຄົນນີ້ແລະຈະບໍ່ພິຈາລະນາກັບລາຄາທີ່ຕ່ຳກວ່າ£50ລ້ານ.ຊົວເຣສໄດ້ມີແຜ່ນທີ່ຈະລົມກຽ່ວກັບອານາຄົດຂອງລາວໃນສະໂມສອນລີເວີພູກັບຜູ້ຈັດການຂອງສມສ Brendan Rodgers ໃນວັນພຸດທີ່ອອດສະເຕຼເລຍ ເຊິ່ງທີມຈະລົງແຂ່ງຂັນນັດມິດຕະພາບກັບ Melbourne Victory ຢູ່ທີ່ MCG.
ຜູ້ຈັດການທີມອາສະນາArsene Wengerຫວັງທີ່ຈະເຊັນກອງໜ້າຊາວອູຣູກວາຍສູງຂື້ນຫລັງຈາກທີ່ເຂົາມີອຸປະສັກຫລາຍໃນການທີ່ພະຍາຍາດຶງຕົວກອງໜ້າReal Madrid  Gonzalo Higuain ເຊິ່ງ Gonzalo Higuainອາດຈະເຂົ້າຮ່ວມສະໂມສອນ ນາໂປລີໃນອີຕາລີ.
ແຕ່ຜູ້ຈັດການທີມລີເວີພູBrendan Rodgers ເວົ້າໃນວັນຈັນທີ່ຜ່ານມາວ່າ ລາວຫວັງວ່າຊົວເຣສພາກພູມໃຈກັບສັນຍາຂອງລາວເຊິ່ງຍັງີກສາມປີ.
Rodgersຍັງໄດ້ເວົ້າອີກວ່າ ລາວເຊື່ອວ່າກອງໜ້າຊົວເຣສມີຄ່າຕົວສູງເທົ່າກັບຄາວານີຜູ້ທີ່ຍ້າຍຈາກນາໂປລີໄປປາຣີ ແຊນ ເຈີແມນດ້ວຍຄ່າຕົວ55ລ້ານປອນໃນເດືອນຫລັງ.
ຊົວເຣສຍ້າຍຈາກອາແຈັກດວ້ຍຄ່າຕົວ22.8ລ້ານປອນດ໌ໃນເດືອນມັງກອນ 2011  ການປະກາດເທື່ອທຳອິດທີ່ລາວຢາກຈະຍ້າຍຈາກລີເວີພູໃນເດືອນພືດສະພາປີນີ້.
ລາວຮຽກຮອ້ງວ່າສື່ມວນຊົນແລະສະມາຄົມບານເຕະໄດ້ເຮັດໃຫ້ລາວກົດດັນໃນພຣີເມຍລີກ ລາວໄດ້ຖືກຫ້າມລົງແຂ່ງໃນອັງກິດເປັນເວລາສິບນັດເນື້ອງຈາກລາວກັດກອງຫລັງເຊວຊີໃນນັດທີພົບກັນໃນວັນທີ່21 ເດືອນເມສາທີ່ຜ່ານມາ.
ຕໍ່ມາຍັງມີລາຍງານວ່າລາວໄດ້ຮັບຄວາມສົນໃຈຈາກ ອາຣສນາ ນາຍໜ້າຂອງລາວ Pere Guardiolaຊີ້ວ່າກອງໜ້າຄົນນີ້ໄດ້ຕອ້ງການທີ່ຈະເຂົ້າຮ່ວມສະໂມສອນຂອງອາສນາໃນChampions League.
ຊົວເຣນໄດ້ບີນໄປເມວເບີນໃນວັນທິດເພື່ອເຂົ້າຮ່ວມກັບສມສໃນການທົວFar East and Australia ລາວໄດ້ຮັບອານຸຍາດຜັກຜອ່ນຫລັງຈາກການແຂ່ງຂັນConfederations Cup ໃນ Brazil ເດືອນທີ່ຜ່ານມາ.
ຊົວເຣສຍັງມີເກມຫ້າມຫົກນັດໃນການກັດກອງຫລັງຂອງເຊວຊີ ລາວຈະບໍ່ສາມາດລົງຫລີ້ນໃນພຣີເມຍລີກຈົນກວ່າເດືອນກັນຍາ.




0 comments:

Post a Comment