ຂ່າວເດັ່ນ
ກຳລັງໂຫຼດ..
Sunday, July 28, 2013

Info Post
ບາເຢີນເສຍ2:4 ໃຫ້ທີມດອດມູມໃນຊູເປີຄັບ ໂຄສຊາວສະເປນຢືນຢັນວ່າ ແຕ້ມບໍໄດ້ສົ່ງຜົນໃຫ້ຄວາມຖຸ່ນຖຽງຂອງຜູ້ຫລີ້ນໃນSignal Iduna Park ວັນເສົາທີ່ຜ່ານມາ

Pep Guardiola ນັດທຳອິດແລະສຳຄັນໄດ້ປະລາໄຊໃຫ້ດອດມູນໄປໃນຊູເປີຄັບ ດ້ວຍແຕ້ມ 2:4.ໃນວັນເສົາທີ່ຜ່ານມາ.

ຊາວບາລາວຽນໄດ້ໂສຜົນງານໃນການປະຖະກັບຜູ້ຕໍ່ສູ້ຢ່າງຊົມເຊີຍ ແຕ່ຖືກຜູ້ຕໍ່ສູ້ຫລີ້ນດີກວ່າໃນSignal Iduna Park ໃນຄະນະທີ່ຜູ້ຫລີ້ນຂອງJurgen Kloppຄຸມບານໄດ້ດີກວ່າ.

ແນວໃດກໍຕາມ,Guardiolaຢືນຢັນວ່າບໍມີເຫດຜົນທີ່ຕອ້ງກັງວົນເຂົາໄດ້ເຫັນວ່າລູກທີມຫລິ້ນຕາມທີ່ໄດ້ໃຫ້ສັນຍາແມ້ວ່າການຫລີ້ນຜິດພາດຂອງກອງຫລັງDaniel Van Buytenແລະຜູ້ຮັກສາປະຕູTom Starke..

ລາວບອກນັກຂ່າວວ່າ:"ພວກເຂົາຊະນະ  ຂອ້ຍບໍແມ່ນມານີ້ເພື່ອໄຈ້ແຍກທີມໃດຫລີ້ນດີກວ່າສຳລັບມື້ນີ້, ຂອ້ຍດີໃຈກັບການຫລີ້ນ ພວກເຮົາແລະການເຕະແມ່ນດີສົມຄວນ"

"ຂໍສະແດງຄວາມຍີນດີນຳທີມດອດມູນທີ່ຊະນະ ພວກເຮົາບໍໄດ້ເສຍເພາວ່າການທຳຜິດພາດຂອງ [Van Buyten's ແລະStarke]. ນີ້ແມ່ນເຕະບານ ພວກເຮົາມີອາທິດນື່ງສຳລັບການແຂ່ງຂັນຊິງຖ້ວຍນີ້ແລະອາທິດອື່ນສຳລັບການເປີດສາກບູເດສລີກາ.

"ພວກເຂົາຊະນະໄປ4-2 ແຕ່ຂອ້ຍບໍໄດ້ມີຄວາມຮູ້ສືກວ່າພວກເຂົາເກັ່ງກວ່າທີມຂອງພວກເຮົາ ແຕ່ນີ້ຄືບານເຕະ ພວກເຮົາຈະເບິ່ງການແຂ່ງຂັນນັດອື່ນແລະເຮັດວຽກກັບມັນ"

ຫົວໜ້າທີມບາເຢີນPhilipp Lahm ເວົ້າຊ້ຳວ່າ ໂຊກບໍດີໃນການຜ່າຍແພ້ ແຕ່die Roten ຈະພະຍາຍາມເຮັດວຽກໜັກແລະຈະກັບມາເຂົ້າຟອມອີກຄັ້ງ

ລາວເວົ້າຕື່ມ ນີ້ບໍດີ ແຕ່ກໍບໍຂີ້ລ້າຍຄືກັນ 

ພວກເຮົາຕອ້ງການຊະນະໃນເກມນີ້ ແຕ່ການຍິງປະຕູບໍ່ແມ່ນຢູ່ໃນເວລາທີເໜາະສົມພວກເຮົາໄດ້ຖືກຍິງໃນເວລາທີ່ບໍສົວຄວນ
ພວກເຮົາຕອ້ງໄດ້ໄຈ້ແຍກແລະຫລັງຈາກນັ້ນພວກເຮົາຈະຮັກສາການຫລີ້ນໄວ້"

ບາເຢີນນັດໜ້າພົບກັບBSV Schwarz-Weiss RehdenໃນຮັງຂອງDFB-Pokalກອ່ນທີ່ຈະພົບກັບBorussia Monchengladbachໃນນັດເປີດສະໜາມຂອງ Bundesliga .


0 comments:

Post a Comment