ຂ່າວເດັ່ນ
ກຳລັງໂຫຼດ..
Monday, July 15, 2013

Info Post
ແມັກຊີໂກຜ່ານເຂົ້າໄປໃນຮອບກອ່ນຮອງຊະນະເລີດຫັລງຈາກຊະນະMartinique 3-1ໃນວັນທິດວານນີ້ ສ່ວນ Panama ໄດ້ແຂ່ງໝົດທຸກນັດແລະເປັນທີ່ນື່ງຂອງສາຍເອ

ທີມMinnows Martiniqueໄດ້ສ້າງຄວາມປະຫລາດໃຈໃຫ້ການາດາໃນນັດເປີດສະໜາມແລະໄດ້ສ້າງຄວາມກົດດັນໃຫ້ ປານາມາ ແຕ່ພວກເຂົາບໍມີຫຍັງຫລີ້ນກັບ ແມັກຊີໂກ

Marco Fabian ,Luis Montes ແລະMiguel Ponceຍິງປະຕູໃຫ້ແມັກຊີໂກ
ໃນຊ່ວງຫລັງຂອງເຄິ່ງເວລາທີ່ນື່ງ Kevin Parsemain ໄດ້ຍິງປະຕູໃຫ້Martiniqueດ້ວຍການຍິງຈາກລົງຈຸດໂທດ

ແມັກຊີໂກຫລີ້ນພຽງສະເໝີກໍສາມາດເຂົ້າຮອບຕໍ່ໄປ ແຕ່ພວກເຂົາເລີ້ມຕົ້ນການຫລີ້້ນຢ່າງສົມບູນແບບ ໂດຍ Fabian ຍິງໄປກອ່ນໃນນາທີ 21
Rafael Marquez.ຍິງຢ່າງແຮງແລະຜູ່ຮັກສາປະຕູໄດ້ປັດອອກ,ບານດອນອອກມາແລະFabian ຍິງຊ້ຳເຂົ້າໄປຢ່າງງົດງາມ.

Montes ຍິງໃຫ້ແມັກຊີໂກນຳໄປສອງລູກກອ່ນໃນນາທີ34 ໂດຍການຍິງໄກນອກເສັ້ນສິບແປດ ຜູ້ຮັກສາປະຕູໝົດສິດເຊບລູກນີ້.

ລູກທີ່ສາມແມ່ນLayún Prado ລາກບານທາງຂ້າງຊ້າຍຂອງມູມແລະຜ່ານໃຫ້Ponce Briseño ແລະຍິງເຂົ້າໄປໃນຈຸດໄກ້ໆກັບຜູ້ຮັກສາປະຕູ.



ສອງທີມຕ່າງກໍມີໂອກາດໃນເຄິ່ງເວລາທີສອງ ຈົບເກມແມັກຊີໂກຊະນະໄປ 3-1

ສ່ວນໃນຄູ່ອື່ນແມ່ນປານາມາສະເໝີກັນກັບການາດາ
ແລະນັ້ນມັນໄດ້ຮັບປະກັນໃຫ້ປານາມາມາເປັນທີ່ນື່ງຂອງສາຍແລະສ່ວນການາດາແມ່ນລົງທຸກນັດເສຍທຸກນັດບໍ່ມີຄະແນນ

0 comments:

Post a Comment