ຂ່າວເດັ່ນ
ກຳລັງໂຫຼດ..
Saturday, July 13, 2013

Info Post






      ຫລັງຈາກທີມຂອງເຂົາ les Bleuets'ໄດ້ຮັບໄຊະນະເລີດໃນຈຸດໂທດກັບທີມUruguay Pierre Mankowski ຖະແຫລງວ່າ ດີໃຈຢ່າງບໍ່ນ່າເຊື້ອ ທີ່ທີມຂອງເຂົາບໍ່ໄດ້ຖໍ່ຖອຍ

ຜູ້ຈັດການທີມຊາດຝຣັ່ງUnder-20s Pierre Mankowski ຖະແຫລງແລະເວົ້າເຖິງຄວາມດີໃຈຂອງເຂົາແລະທີມທີ່ຊະນະUruguay Under-20ແລະເອົາແຊ້ມໂລກມາຄອງໃນວັນເສົາທີ່ຜ່ານມານີ້,ຫລັງສອງທີມສະເໝີກັນໃນຮອ້ຍຊາວນາທີ ແຕ່ les Bleuetsສາມາດທີ່ຈະເອົາດາບແທງທີມຈາກອາເມລິກາໃຕ້ໄດ້ດ້ວຍລູກຈຸດໂທດ 4-1ແລະຊະນະເລີດ ຄອງແຊ້ມໂລກໄປ
Mankowski ໄດ້ຕື່ນເຕັ້ນແລະພໍໃຈກັບຜົນສຳເລັດຂອງທີມແລະຜູ້ຫລີ້ນໜຸ່ມນອ້ຍຂອງເຂົາ ເຂົາຍັງຢືນຢັນວ່າເຂົາເຊື້ອວ່າທີມຈະສາມາດຊະນະໃນທົວນາເມັນຕັ້ງແຕ່ຕົ້ນ
Mankowski ບອກກັບນັກຂ່າວວ່າ ພວກເຮົາດີໃຈຫລາຍ ທີມແມ່ນດີໃຈຢ່າງບໍ່ໜ້າເຊື້ອ ມັນເປັນຜົນງານສຸດຍອດສຳລັບ ບານເຕະຝຣັ່ງ
ຂອ້ຍເຄີຍເວົ້າຫລາຍຄັ້ງກັບລູດທີມ ພວກເຮົາມີໂອກາດ ຄັນຊິບອກແທ້ໆ ຂອ້ຍເຊື້ອໃນເລີ້ມຕົ້ນ 
Mankowski ຄິດວ່າຜົນງານທັງໝົດແມ່ນເປັນຂອງຄວາມພະຍາຍາມຂອງນັກເຕະ, ຄູເຝິກສອນ ແລະຜູ້ສະໜັບສະໜູນອື່ນໆ

ເຂົາຍັງເວົ້າຕື່ມອີກວ່າ ໄຊຊະນະບໍແມ່ນຂອງຂອ້ຍ ,ແຕ່ແມ່ນສຳລັບການເລີ້ມຕົ້ນ  ໃນຫົກອາທິດຢູ່ນຳກັນ ພວກເຮົາເຝີກຊອ້ມນຳກັນຢ່າງໜັກ
ທຸກຄົນໄດ້ມີນຳໃຈນັກກິລາ, ພວກເຮົາດີໃຈນຳກັນ ແຕ່ນີ້ສຳລັບນັກເຕະຊາວເອັດຄົນ,ພະນັກງານແລະກອງເຊຍ 

ພວກເຮົາມີຄວາມຮູ້ສືກວ່າ ມີຫລາຍຄົນຢູ່ທາງຫລັງຂອງຜົນສຳເລັດ ມັນເປັນປະຕິຫານ ນີ້ແມ່ນຜົນງານອັນງົດງາມທີ່ໄດ້ເປັນແຊ້ມໂລກ 

France U20s ໄດ້ທີ່ສອງໃນສາຍເອຮອງຈາກສເປນ ຫລັງຈາກນັ້ນຊະນະເຈົ້າພາບ Turkey 4-1 ໃນຮອບສິບຫັກທີມ ແລະໃນຮອບກອ່ນຮອງຊະນະເລີດຊະນະUzbekistan 4-0ແລະ ຊະນະ ການາ 2-1 ໃນຮອບຮອງຊະນເລີດແລະເຂົ້າຊີງແຊ້ມ

ຂັດແລະແປຈາກgoal.com


0 comments:

Post a Comment