ຂ່າວເດັ່ນ
ກຳລັງໂຫຼດ..
Sunday, July 14, 2013

Info Post





      ສະຫະລັດແລະໂຄສຕາ ຣີກາ ຕ່າງກໍຜ່ານເຂົ້າໄປໃນຮອບຕໍ່ໄປຂອງການແຂ່ງຂັນ CONCACAF Gold Cup ໂດຍຕ່າງກໍເກັບເອົາໄຊຊະນະໃນນັດວັນເສົາທີ່ຜ່ານມາ,

ສະຫະລັດເປັນທີນຶ່ງຂອງສາຍ ຊີ ມີຫົກແຕ້ມ ຫລັງຈາກກັບມາຈາກໄລ່ຫລັງມາຖະຫລົ່ມ ກູບາ 4-1ໃນເດີນ ຣີໂອ ທີນໂຕ ທີ່ ຊານດີ ຢູທາຮ

ຕົວສຳຮອງ Chris Wondolowskiຖືກປຽ່ນເຂົ້າໄປໃນສະໜາມຫລັງຈາກ 58 ນາທີ ແລະຊ່ວຍຕົວເຂົາເອງຍິງປະຕູໃນນາທີ 66 ແລະ85 ແລະນັ້ນມັນກໍປຽບເໝືອນ  cherry on top ສຳລັບສະຫະລັດຫລັງຈາກLandon DonovanແລະJoe Coronaໄດ້ຍິງໄປກອ່ນນັ້ນ

Jose Alfonsoໄດ້ຍິງໃຫ້ກູບານຳໄປກອ່ນໃນນາທີທີ່36 ກອ່ນທີ່ຈະສະຫະລັດຈະຍິງຕາມມາໂດຍລູກຈຸດໂທດຂອງDonovan ໝົດເວລາເຄິ່ງທຳອິດສະເໝີກັນ 1 ຕໍ່1 .ຫລັງຈາກນັ້ນCoronaຍິງໃຫ້ສະຫະລັດຂື້ນນຳໃນນາທີທີ່ສິບສອງຂອງເຄິ່ງງເວລາທີສອງ ກອ່ນທີ່ Wondolowskiຍິງແລະຕອບຢ້າໄຊຊະນະໂດຍບໍຕອ້ງສົງໄສ.

      ສ່ວນCosta Ricaກໍຜ່ານເຂົ້າໄປໃນຮອບຕໍ່ໄປຫລັງຈາກຊະນະBelizeໄປຢ່າງວຸດວິດ1-0 ມີຄະແນນຫົກແຕ້ມເທົ່າກັນກັບສະຫະລັດ
ການຍິງເຂົ້າປະຕູຕົນເອງຂອງກອງຫລັງທີມBelize
ຄື Dalton Eileyໃນນາທີທີ່4ຂອງເຄິ່ງເວລາທີ່ສອງໄດ້ເຮັດໃຫ້ Costa Ricansຈອງປີ້ໄປຮອບຕໍ່ໄປ.

    ສຳລັບທີມ Belize ແລະ Cuba ຍັງມີຄວາມຫວັງ ທີ່ຈະເຂົ້າໄປໃນຮອບ knockout ກັບທີມທີ່ເປັນທີ່ສາມຂອງສາຍອື່ນ
Belize ແລະ Cuba ຈະພົບກັນເອງໃນນັດສຸດທ້າຍຂອງສາຍ ແລະ ສ່ວນໃນສາຍບີ El Salvador ແລະ Trinidad ແລະ Tobagoກໍຕອ້ງການໄຊຊະນະເພື່ອຍັງຈະມີຫວັງເຂົ້າໃນຮອບຕໍ່ໄປ.


0 comments:

Post a Comment